바로가기 메뉴 본문 바로가기 주메뉴 바로가기
About the Mission

News and Notice

  1. About the Mission
  2. News and Notice
  • Font Size

ການແນະນຳການສອບເສັງວັດລະດັບຄວາມສາມາດການນໍາໃຊ້ພາສາເກົາຫລີຄັ້ງທີ95 (TOPIK 95th)

DATE
2024-04-08

 ການຮັບໃບສະຫມັກ

  ໄລຍະເວລາຮັບໃບສະຫມັກ : 26/4/2024 ~ 7/5/2024 ວັນລັດຖະການ 13:30~16:30

  ບ່ອນຮັບໃບສະຫມັກ ສອງບ່ອນ

  - ສະຖານທູດ ສ.ເກົາຫລີ ປະຈໍາ ສປປ ລາວ (ບ້ານວັດນາກເມືອງສິສັດຕະນາກນະຄອນຫຼວງວຽງຈັນ)

  - ພາກວິຊາພາສາເກົາຫຼີ ມະຫາວິທະຍາໄລສູພານູວົງ (020-2355-5199) (ຖະໜົນ 13, ບ້ານດອນໃໝ່, ເມືອງຫລວງພະບາງ, ແຂວງ ຫຼວງພະບາງ)

 ວິທີຍື່ນໃບສະຫມັກ : ຜູ້ສະຫມັກຍື່ນດ້ວຍຕົນເອງ ຫຼື ຜູ້ເປັນພໍ່ແມ່/ຜູ້ເປັນລູກຂອງຜູ້ສະຫມັກເທົ່ານັ້ນມາຍື່ນໄດ້

 ສໍາລັບ ຜູ້ມາສະຫມັກແທນ ຕ້ອງເອົາບັດສະແດງຕົວຕົນ ແລະ ໃບຢັ້ງຢືນສາຍສໍາພັນຄອບຄົວມານໍາ

 ເອກະສານທີ່ຕ້ອງປະກອບໃນການສະຫມັກ ໃບສະຫມັກTOPIK,ຮູບຖ່າຍຕົັ້ນສະບັບທີື່ຄືກັນ 2ໃບເທົົ່າຂະໜາດຮູບໃນໜັງສືຜ່ານແດນ

ບັດສະແດງຕົວຕົນ (ໜັງສືຜ່ານແດນ ຫຼື ບັດປະຈໍາຕົວ ຫຼື ບັດນັກສຶກສາ ຫຼື ໃບຢັ້ງຢືນທີ່ຢູ່ສໍາລັບຜູ້ທີ່ອາຍຸຕໍ່າກວ່າ16ປີທີ່ໄດ້ອອກໂດຍ

    ລັດຖະບານ ແລະ ທີ່ຍັງຄົງນໍາໃຊ້ໄດ້ ແລະ ທີ່ມີຮູບຖ່າຍ

ສຳລັບຄົນພິການຕ້ອງເຮັດໃບຄຳຮ້ອງມາສະເໜີ ແລະ ໃບຢັ້ງຢືນທາງການແພດ ເພື່ອຂໍອຳນວຍຄວາມສະດວກໃນການສອບເສັງ

 ຜູ້ທີເອົາບັດສະແດງຕົວຕົນທີບໍ່ມີຊື່ແລະນາມສະກຸນທີ່ເປັນພາສາອັງກິດ ວັນເດືອນປີເກີດ ເພດ ຮູບຖ່າຍ ກໍ່ບໍ່ສາມາດສະຫມັກໄດ້

 ຄ່າສະຫມັກ : USD 15(TOPIK ) / USD 30(TOPIK )

 ສໍາລັບການຄືນຄ່າສະຫມັກສອບເສັງ ຜູ້ສະຫມັກສາມາດຮັບຄ່າສະຫມັກສອບເສັງຄືນໄດ້(100%)ໃນໄລຍະເວລາທີ່ເປີດຮັບໃບສະຫມັກເທົ່ານັ້ນ

 ນັກສອບເສັງສາມາດເຂົ້າໄປດາວໂຫລດເອົາຜົນ(ໃບຄະແນນ)ການສອບເສັງໄດ້

      ທີ່ເວັບໄຊ www.topik.go.kr  [나의 시험정보 [성적확인] ຕັ້ງແຕ່ວັນທີ 22/08/2024


 ການແນະນໍາການສອບເສັງ

 ວັນທີສອບເສັງ : ວັນທີ 14 ກໍລະກົດ 2024

 ສະຖານທີ່ສອບເສັງ : ຕຶກLAB(ພາກວິຊາພາສາເກົາຫລີ) ໃນມະຫາວິທະຍາໄລແຫ່ງຊາດ (ນະຄອນຫລວງວຽງຈັນ)

 ໂມງເວລາສອບເສັງ :

ລະດັ

ພາກ 교시

ປະເພດ 영역

ໂມງເວລາ 입실

ເຂົ້າຫ້ອງສອບເສັງ

ໂມງເວລາ시작

ເລີ່ມສອບເສັງ

ໂມງເວລາ종료

ສອບເສັງຈົບ

ໄລຍະເວລາ

ສອບເສັງ

TOPIK 

ພາກທີຫນຶ່ງ

ການຟັງ

ການອ່ານ 

08:40 ~ 09:10

09:40

11:20

100ນາທີ

TOPIK 

ພາກທີຫນຶ່ງ

ການຟັງ 

ການຂຽນ

11:50 ~ 12:20

12:50

14:40

110ນາທີ

ພາກທີສອງ

ການອ່ານ

14:40 ~ 15:00

15:10

16:20

70ນາທີ


 ນັກສອບເສັງຕ້ອງເຂົ້າຫ້ອງສອບເສັງໃນໂມງເວລາທີ່ກໍານົດໄວ້ດັ່ງຂ້າງເທິງນີ້ ແລະ ນັ່ງບ່ອນທີ່ຄະນະກໍາມະການຈັດສັນໃຫ້


 ໃນກໍລະນີທີ່ກາຍໂມງເວລາເຂົ້າຫ້ອງສອບເສັງແລ້ວ ນັກສອບເສັງຈະບໍ່ມີສິດເຂົ້າຫ້ອງສອບເສັງ


ນັກສອບເສັງຜູ້ບໍ່ມີບັດເຂົ້າຫ້ອງສອບເສັງ ແລະ ບັດສະແດງຕົວຕົນ ຈະບໍ່ມີສິດເຂົ້າຫ້ອງສອບເສັງ


ນັກສອບເສັງທຸກຄົນຕ້ອງອ່ານ ສິ່ງທີ່ຄວນລະວັງໃນການສອບເສັງວັດລະດັບຄວາມສາມາດການນໍາໃຊ້ພາສາເກົາຫຼີ


ໃນກໍລະນີທີ່ຈໍານວນຜູ້ສະຫມັກສອບເສັງແຕ່ລະລະດັບໃນແຕ່ລະສະຖານທີ່ສອບເສັງບໍ່ເຖີງ10ຄົນ ຫ້ອງສອບເສັງນັ້ນຈະບໍ່ໄດ້ເປີດ


loading