바로가기 메뉴 본문 바로가기 주메뉴 바로가기
About the Mission

News and Notice

  1. About the Mission
  2. News and Notice
  • Font Size

ປະກາດຮັບສະໝັກພະນັກງານເຕັກນິກ 

DATE
2024-06-18

ປະກາດຮັບສະໝັກພະນັກງານເຕັກນິກ 


ສະຖານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳນະຄອນຫຼວງວຽງຈັນ ປະກາດຮັບສະໝັກພະນັກງານ ທີ່ເປັນຄົນລາວ ໃນຕຳແໜ່ງຊ່າງເຕັກນິກຄຸ້ມຄອງອຸປະກອນສະຖານທູດ ຈຳນວນ 1 ຕຳແໜ່ງ, ຜູ້ທີ່ສົນໃຈ ສາມາດປະກອບຊີວະປະຫວັດ ຕາມແບບຟອມ ທີ່ຕິດຂັດລຸ່ມນີ້ແລ້ວ ຍື່ນທາງອີເມວ ມາຍັງສະຖານທູດ ສ.ເກົາຫຼີ ບໍ່ໃຫ້ກາຍວັນທີ 3 ກໍລະກົດ 2024. 

ວັນທີ 18 ມີຖຸນາ 2024

ສະຖານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ

 

  • 1.ລາຍລະອຽດຂອງຕຳແໜ່ງ

ຮູບແບບ 

ຕຳແໜ່ງ

ຈຳນວນ

ວັນເດືອນປີເຂົ້າເຮັດວຽກ

ພະນັກງານໄລຍະສັ້ນ

ຊ່າງເຕັກນິກຄຸ້ມຄອງອຸປະກອງຫ້ອງການ

1 ຕຳແໜ່ງ

ປະມານກາງເດືອນກໍລະກົດ ເປັນຕົ້ນໄປ


  • 2.ໜ້າທີ່ຮັບຜິດຊອບ

  • oຄຸ້ມຄອງ ແລະ ບຳລຸງຮັກສາອຸປະກອນ ທີ່ມີຢູ່ພາຍໃນສະຖານທູດ ແລະ ຊ່ວຍວຽກບໍລິຫານຫ້ອງການ 

* ໜ້າວຽກຕົວຈິງ ອາດຈະມີການປ່ຽນແປງ ຕາມຄວາມຕ້ອງການຂອງສະຖານທູດ ໂດຍອາດຈະມີວຽກເພິ່ມ ຫຼື ຫຼຸດ  ຕາມແຕ່ລະກໍລະນີ. 

  • 3.ເງິນເດືອນ ແລະ ໄລຍະເວລາຈ້າງງານ 

  • oທົດລອງງານ ເປັນເວລາ 3 ເດືອນ ແລ້ວປະເມີນ ຮັບເຂົ້າເປັນພະນັກງານສົມບູນ 

  • oກຳນົດໄລຍະເວລາເຮັດວຽກ : 1ປີ 

  • -ສັນຍາຈ້າງງານ ຈະໝົດກຳນົດ ອັດຕະໂນມັດ ພາຍຫຼັງ 1ປີ(ແຕ່ວ່າ, ຖ້າຜູ້ກ່ຽວ ເຮັດວຽກໄດ້ດີຫຼາຍ, ຈະພິຈາລະນາ ຮັບເປັນພະນັກງານຕໍ່)  

  • oວັນເຮັດວຽກ : ວັນຈັນ ເຖິງ ວັນສຸກ

  • oເວລາເຂົ້າການ : 08:30 – 17:00 ໂມງ(ພັກທ່ຽງ 12:00 – 13:30 ໂມງ)

  • oເງິນເດືອນ : ພາຍໃນ 800 ໂດລາສະຫະລັດ(ສາມາດຕົກລົງກັນ ໃນເວລາສຳພາດ)

  • oເງິນໂບນັດ : ກໍລະນີ ເຮັດວຽກ 3 ເດືອນ ຂຶ້ນໄປ, ຈະໄດ້ຮັບເງິນໂບນັດ ໃນທ້າຍປີ ເທົ່າກັບເງິນເດືອນ 1 ເດືອນ. 

  • oປະກັນສຸຂະພາບ : ໄດ້ຮັບເງິນປະກັນສຸຂະພາບ ຕາມທີ່ກຳນົດໄວ້ ໃນກົດລະບຽບຄຸ້ມຄອງພະນັກງານບໍລິຫານ ປະຈຳສະຖານທູດເກົາຫຼີຂອງກະຊວງການຕ່າງປະເທດຂອງ ສ.ເກົາຫຼີ. 


  • 4.ເງື່ອນໄຂຜູ້ສະໝັກ 

  • oມີລະດັບການສຶກສາ ຢ່າງຕ່ຳ ຈົບປະລິຍາຕີ ຂຶ້ນໄປ 

  • oໄດ້ພາສາອັງກິດ ໃນລະດັບປານກາງ(ກໍລະນີ ໄດ້ພາສາເກົາຫຼີ ຈະພິຈາລະນາ ພິເສດ)

  • oເປັນຄົນຖືສັນຊາດລາວ, ມີປະຫວັດຈະແຈ້ງ(ບໍ່ເຄີຍຖືກວິໄນ ຫຼື ລະເມີດກົດລະບຽບ ຢູ່ສະຖານທູດຜ່ານມາ)

  • oມີຄຸນສົມບັດດີ, ມີຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ ໃນໜ້າທີ່ວຽກງານທາງການ 

  • oຖ້າມີປະສົບການ ໃນຂະແໜງກ່ຽວຂ້ອງ(ຄຸ້ມຄອງອຸປະກອນ(ໄຟຟ້າ, ກົນຈັກ)ໃນໂຮງແຮມ, ຕືກອາຄານ ມາກ່ອນ) ຈະຖືກພິຈາລະນາພິເສດ 

  • oຖ້າມີໃບຢັ້ງຢືນວິຊາສະເພາະ(ດ້ານໄຟຟ້າ, ກົນຈັກ) ຈະຖືກພິຈາລະນາພິເສດ. 


  • 5.ວິທີສະໝັກ 

  • oຍື່ນຊີວະປະຫວັດ ຜ່ານທາງອີເມວຂອງສະຖານທູດ : laos@mofa.go.kr 

  • -ກຳນົດສົ່ງເອກະສານ : ບໍ່ໃຫ້ກາຍວັນທີ 3/7/2024 (ຕອນຄ່ຳ 12ໂມງ ທ່ຽງຄືນ)

  • -ເວລາສົ່ງຊີວະປະຫວັດທາງອີເມວ ໃຫ້ໃສ່ຫົວຂໍ້ວ່າ: “행정직원 지원(ສະໝັກງານຕຳແໜ່ງບໍລິຫານ(ລະບຸຊື່ຜູ້ສະໝັກພ້ອມ))


  • oເອກະສານ ທີ່ຕ້ອງໄດ້ປະກອບ ມາພ້ອມຊີວະປະຫວັດ ມີດັ່ງລຸ່ມນີ້ : 

  • -ສຳເນົາ ບັດປະຈຳຕົວ, ໜັງສືຜ່ານແດນ(ຖ້າມີ) ຢ່າງລະ 1ສະບັບ

  • -ຂຽນຊີວະປະຫວັດຫຍໍ້ ເປັນພາສາອັງກິດ ຕາມແບບຟອມທີ່ກຳນົດຢູ່ລຸ່ມນີ້ 1ສະບັບ(ໂດຍລະບຸຂໍ້ມູນສ່ວນຕົວພື້ນຖານ, ລະດັບການສຶກສາ, ລະດັບຄວາມສາມາດດ້ານພາສາຕ່າງປະເທດ, ໃບຢັ້ງຢືນວິຊາສະເພາະ(ການຊ່າງ-ເຕັກ ນິກ, ກົນຈັກ), ປະສົບການເຮັດວຽກ ຜ່ານມາ(ຖ້າມີ)) 

* ຕ້ອງລະບຸເບີໂທມືຖື ແລະ ອີເມວຂອງຜູ້ສະໝັກ ໃສ່ໃນຊີວະປະຫວັດ ເພື່ອສະດວກ ໃນການຕິດຕໍ່ພົວພັນ.  

* ກໍລະນີ ເຄິຍໄປຢູ່ເກົາຫຼີ ເປັນເວລາ 1ປີ ຂຶ້ນໄປ, ແມ່ນໃຫ້ລະບຸໄລຍະເວລາ ທີ່ໄດ້ພັກເຊົາ ໃນເກົາຫຼີ ໃສ່ໃນຊີວະປະຫວັດນຳ. 

  • -ບົດແນະນຳຕົນເອງ ເປັນພາສາອັງກິດ 1 ສະບັບ(ໂດຍອະທິບາຍຂະບວນການເຕີບໃຫຍ່, ຈຸດປະສົງການສະໝັກວຽກຄັ້ງນີ້, ປະສົບການເຮັດວຽກຜ່ານມາຂອງຕົນເອງ). 

  • -ໜັງສືແນະນຳ ຈາກອາຈານ ຫຼື ຄົນຮູ້ຈັກໃດໜຶ່ງ(ພ້ອມດ້ວຍ ປະຫວັດຫຍໍ້ຂອງຜູ້ແນະນຳ ລວມທັງເບີໂທຕິດຕໍ່)

  • -ໃບຢັ້ງຢືນການຝຶກອົບຮົມ ຫຼື ຮຽນພາສາຕ່າງປະເທດ(ໄລຍະສັ້ນ-ໄລຍະຍາວ) (ຖ້າມີ)

  • -ໃບແຈ້ງໂທດ 1 ສະບັບ(ກໍລະນີ ກຽມບໍ່ທັນກັບການຍື່ນຊີວະປະຫວັດ, ແມ່ນສາມາດກະກຽມມາຍື່ນ ໃນມື້ສຳພາດ ກໍ່ໄດ້) 

  • -ສຳເນົາ ໃບປະກາສະນິຍະບັດ 1ສະບັບ 

  • -ສຳເນົາ ໃບຢັ້ງຢືນວິຊາຊີບ(ເຊັ່ນ: ໃບຢັ້ງຢືນການຊ່າງ-ເຕັກນິກ, ໃບຂັບຂີ່ລົດໃຫຍ່, ໃບຢັ້ງຢືນພາສາຕ່າງປະເທດ ຫຼື ເຂົ້າຮ່ວມຫຼັກສູດຝຶກອົບຮົມໃດໜຶ່ງ ໃນໄລຍະຜ່ານມາ ຢ່າງລະ 1ສະບັບ(ຖ້າວ່າ ມີ)).

  • -ໃບຜ່ານງານ(ຖ້າມີ) 

  • 6.ຂັ້ນຕອນການຄັດເລືອກ 

  • oຮອບທີ່1 : ແຈ້ງຜົນການຄັດເລືອກແບບຟອມ ໃນວັນທີ່ 5 ກໍລະກົດ ໃຫ້ຜູ້ຖືກຄັດເລືອກ ເພື່ອເຂົ້າມາສຳພາດ. 

  • -ໃນຮອບຄັດເລືອກແບບຟອມ ແມ່ນຈະປະເມີນຄຸນສົມບັດ, ປະສົບການເຮັດວຽກ, ຄວາມສາມາດດ້ານພາສາຕ່າງປະ ເທດ, ໃບຢັ້ງຢືນວິຊາສະເພາະ ທີ່ຜູ້ສະໝັກ ຄັດຕິດມາ ແລະ ເງຶ່ອນໄຂອື່ນໆ ທີ່ລະບຸໃນຊີວະປະຫວັດ, ຖ້າເຫັນວ່າ       ກ່ຽວຂ້ອງ ຫຼື ເໝາະສົມ ກັບຕຳແໜ່ງງານ ແມ່ນຜ່ານ.    

  • oຮອບທີ່2 : ຄັດເລືອກ ໂດຍຜ່ານການສຳພາດ  

- ຜູ້ທີ່ຖືກຄັດເລືອກ ໃນຮອບທີ່1 ແມ່ນຈະເອີ້ນມາສຳພາດ ເພື່ອປະເມີນລະດັບຄວາມຮູ້-ສາມາດພື້ນຖານ ທີ່ຈຳເປັນ ສຳລັບຕຳແໜ່ງງານ ພ້ອມທັງ ວັດແທກຄຸນສົມບັດ ແລະ ທ່າທີ-ພິບໄຫວຕ່າງໆ 

* ວັນເວລາ ສຳລັບນັດສຳພາດ ແມ່ນຈະແຈ້ງ ໃຫ້ຜູ້ສະໝັກ ແຕ່ລະຄົນ ທີ່ຜ່ານຮອບຄັດເລືອກ 

  • 7.ຂໍ້ຄວນລະວັງ 

  • oວັນເວລາ ໃນການຮັບເຂົ້າເຮັດວຽກຕົວຈິງ ອາດຈະມີການປ່ຽນແປງ ຕາມເງື່ອນໄຂຂອງສະຖານທູດເກົາຫຼີ ໃນແຕ່ລະໄລຍະ ໂດຍຈະແຈ້ງ ໃຫ້ຜູ້ສຳພາດຜ່ານ ຮັບຊາບ ຕາມແຕ່ລະກໍລະນີ. 

  • oທຸກເອກະສານ ທີ່ຍື່ນສະໝັກແລ້ວ ແມ່ນບໍ່ສາມາດຖອນຄືນໄດ້. ອີກຢ່າງໜຶ່ງ ເຖິງວ່າ ໄດ້ຮັບເຂົ້າເຮັດວຽກແລ້ວ, ແຕ່ກວດພົບເຫັນເອກະສານບາງຢ່າງ ຫຼື ທັງໝົດຂອງຜູ້ສະໝັກ ບໍ່ກົງກັບຄວາມຈິງ, ແມ່ນອາດຈະຖືກຍົກເລີກການຮັບເຂົ້າເຮັດວຽກ ກໍ່ເປັນໄປໄດ້. 

  • oຄວາມຜິດພາດ ກ່ຽວກັບການຂີດຂຽນ, ຄວາມຂາດຕົກບົກບ່ອງ ຂອງຊີວະປະຫວັດ ແລະ ກະກຽມເອກະສານ ບໍ່ຄົບຖ້ວນ ຖືວ່າ ເປັນຄວາມຮັບຜິດຊອບ ຂອງຜູ້ສະໝັກ. 

  • oເຖິງວ່າ ໄດ້ຮັບແຈ້ງວ່າ ສຳພາດຜ່ານແລ້ວ ກໍ່ຕາມ, ແຕ່ຖ້າກວດໃບແຈ້ງໂທດ ແລະ ໃບກວດສຸຂະພາບ ພົບເຫັນ ຜູ້ສຳພາດຜ່ານມີຄຸນສົມບັດ ບໍ່ເໝາະສົມ, ແມ່ນຈະຖືກຍົກເລີກການຮັບເຂົ້າເຮັດວຽກ ຢູ່ສະຖານທູດໄດ້. 

  • oກໍລະນີ ຜູ້ສຳພາດຜ່ານ ຫາກປ່ຽນໃຈ ບໍ່ຢາກເຮັດວຽກ ນຳສະຖານທູດ ຫຼື ກໍລະນີ ກວດພົບຜູ້ສຳພາດຜ່ານ ຂາດຄຸນສົມບັດໃດໜຶ່ງ ແມ່ນຈະຮັບຜູ້ສະໝັກ ທີ່ໄດ້ຄະແນນຖັດໄປ ມາເຮັດວຽກແທນ. 

  • oກໍລະນີ, ຜູ້ທີ່ມາສະໝັກທັງໝົດ ບໍ່ມີຄຸນສົມບັດເໝາະສົມ ຕາມທີ່ສະຖານທູດ ກຳນົດ, ແມ່ນຈະມີການປະກາດຮັບສະໝັກງານໃໝ່. 

  • oໃນກໍລະນີ ເກີດເຫດສຸດວິໄສ, ການຮັບສະໝັກງານນີ້ ອາດຈະມີການປ່ຽນແປງ.  


loading